ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປາຖະກະຖາ 2 ວັນປະຫວັດສາດ


ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ວັນທີ 29 ສິງຫາ 2023 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາ 02 ວັນປະຫວັດສາດ ຄື: ວັນລັດຖະທຳມະນູນ ແຫ່ງ
ສປປ ລາວ ຄົບຮອບ 32 ປີ (15/8/1991-15/8/2023) ແລະ ວັນຍຶດອໍານາດ 23 ສິງຫາ ຄົບຮອບ 48 ປີ (23/8/1975-23/8/2023),
ໂດຍການເປັນປະທານ ແລະ ກ່າວປາຖະກະຖາຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາກົມກອງ, ວິທະຍາຄານ
ອ້ອມຂ້າງກະຊວງ ເຂົ້າຮ່ວມ.

     ຈຸດປະສົງເພື່ອໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສາມະຊິກພັກ, ນາຍ ແລະ ພົນທະຫານ ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ
ມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດຫານ, ມູນເຊື້ອຄວາມເປັນມາຂອງ ວັນທີ 23 ສິງຫາ, ມູນເຊື້ອຄວາມສາມັກຄີ ເປັນອັນໜຶ່ງອັນດຽວຂອງປະ
ຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໃຫ້ຄົນຮຸ່ນໜຸ່ມໄດ້ຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົນເອງ ປະກອບສ່ວນເຂົ້າ
ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ, ນາຍ ແລະ ພົນ
ທະຫານຮັບຮູ້ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບລັດຖະທຳມະນູນ ແລະ ກົດໝາຍຕ່າງໆ ດ້ວຍຫຼາຍຮູບການ, ຫຼາຍລະດັບອັນເໝາະສົມ, ສ້າງ
ເງື່ອນໄຂໃຫ້ເຂົາເຈົ້າປະຕິບັດກົດໝາຍຢ່າງເຂັ້ມງວດ, ຮູ້ນໍາໃຊ້ກົດໝາຍເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳ  ແລະ ປະຕິບັດພັນທະຂອງ
ຕົນຢ່າງຖືກຕ້ອງ, ສຶກສາອົບຮົມໃຫ້ທຸກຄົນກ້າວເຂົ້າສູ່ແບບແຜນດຳລົງຊີວິດ ແລະ ປະຕິບັດຕາມກົດໝາຍທີ່ພັກ-ລັດ ໄດ້ວາງອອກ, ຖືເອົາໂອກາດ
ນີ້ ເປັນການຊຸກຍູ້ຂະບວນການແຂ່ງຂັນສ້າງຜົນງານໃນດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ສາ
ກົນໃນປີ 2023, ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະ
ພັກກະຊວງປ້ອງກັນປະເທດ ໃຫ້ມີບັນຍາກາດຟົດພື້ນຕໍ່ເນື່ອງ ແລະ ກວ້າງຂວາງ.

     ພ້ອມກັນນັ້ນ, ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍຍັງໄດ້ຫວນຄືນມູນເຊື້ອອັນສຳຄັນຂອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ເຊິ່ງພາຍ
ຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ພັກໄດ້ວາງແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ
ດ້ວຍລະບຽບກົດໝາຍ ລັດຖະທຳມະນູນສະບັບທຳອິດ ເຊິ່ງໄດ້ປະກາດໃຊ້ໃນ ວັນທີ 15 ສິງຫາ 1991, ມາຮອດປີ 2003 ກອງປະຊຸມເທື່ອທີ 3
ຂອງສະພາແຫ່ງຊາດ ຊຸດທີ V ໄດ້ຮັບຮອງເອົາການປັບປຸງລັດຖະທຳມະນູນ ສະບັບດັ່ງກ່າວໃຫ້ຄົບຖ້ວນ ແລະ ສົມບູນກວ່າເກົ່າ, ນັບແຕ່ນັ້ນມາລັດ
ຖະທຳມະນູນໄດ້ກາຍເປັນກົດໝາຍພື້ນຖານຂອງຊາດ, ທັງເປັນກົດໝາຍພື້ນຖານຂອງລະບອບ ປະຊາທິປະໄຕ ປະຊາຊົນລາວ ແນໃສ່ສຶກສາອົບຮົມ
ປະຊາຊົນລາວ ໃຫ້ຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ຈາກນັ້ນ
ກໍໄດ້ຍົກໃຫ້ເຫັນວັນຍຶດອຳນາດ 23 ສິງຫາ ເຊິ່ງເປັນເຫດການອັນສຳຄັນທາງດ້ານປະຫວັດສາດ ທີ່ສະແດງ ໃຫ້ເຫັນເຖິງມູນເຊື້ອການຕໍ່ສູ້ອັນພິລະ
ອາດຫານບໍ່ຍອມຈຳນົນ, ມີໄຫວພິກ ແລະ ຄວາມປີຊາສາມາດ ຂອງນັກຮົບປະຕິວັດຮຸ່ນກ່ອນຕ້ານກັບຈັກກະພັດລ່າເມືອງຂຶ້ນ ໂດຍພາຍໃຕ້ການນຳ
ພາຂອງພັກ ຈົນສາມາດຍຶດອຳນາດໄດ້ ໃນວັນທີ 23 ສິງຫາ 1975, ເຊິ່ງຮັກສາໄດ້ຄວາມເປັນເອກະລາດແຫ່ງຊາດ ແລະ ອິດສະຫຼະພາບຂອງປະຊາ
ຊົນລາວບັນດາເຜົ່າ ໄດ້ຢູ່ເຢັນເປັນສຸກ, ສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລຂຶ້ນເປັນກ້າວໆ.

ແຫຼ່ງຂ່າວໂດຍ ສຸເວດ ສີດາຄຳ
ວັນທີ 30/08/2023